ເຖິງວ່າດາວພຸດຈະຢູ່ໄກ້ດວງດວງອາທິດຫຼາຍກວ່າແຕ່ດາວເຄາະທີ່ຮ້ອນແຮງທີ່ສຸດກັບເປັນດາວສຸກ ດ້ວຍບັນຍາກາດຂອງດາວສຸກທີ່ປະກອບດ້ວຍກາຣ໌ດຄາຣ໌ບອນໄດອ໋ອກໄຊດ໌ 97% ໄນໂຕຣເຈນ 3.5% ຊັນເຟີຣ໌ໄດອ໋ອກໄຊດ໌ ແລະອາຣ໌ກອນ 0.5% ມີຊັ້ນເມກຄາຣ໌ບອນໄດອ໋ອກໄຊດ໌ທີ່ໜາທຶບປົກຄຸມດາວສຸກທັງດວງເຮັດໃຫ້ເກີດສະພາວະເຮືອນແກ້ວ ອຸນຫະພູມເທິງດາວສຸກສູງ ປະມານ 500 ອົງສາເຊລຊຽດຕະຫຼອດທັງກາງເວັນແລະກາງຄືນ
ເຮັດໃຫ້ຍານອະວະກາດທີ່ໄປສຳຫຼວດດາວສຸກກະບໍ່ສາມາດ ຖ່ານພາບພື້ນຜິວໂດຍຕົງໄດ້ຕ້ອງອາໃສຄື້ນເລດ້າຜ່ານທະລຸຊັ້ນເມກແລ້ວນຳມາວິເຄາະດ້ວຍຄອມພິວເຕີຣ໌ອີກຕຄັ້ງ ການສົ່ງຄົນລົງໄປສຳຫຼວດຢູ່ດາວນັ້ນແຫ່ງເປັນໄປບໍ່ໄດ້ເລຍ ເພາະນອກຈາກອຸນຫະພູມຈະສູງສຸດໆແລ້ວການມີຄາຣ໌ບອນໄດອ໋ອກໄຊດ໌ໜາມແໜ້ນໃນອາກາດເຮັດໃຫ້ແຮງດັນອາກາດຂອງດາວສຸກ ຫຼາຍກວ່າຢູ່ໂລກເຖິງ 90 ເທົ່າ ການົລົງໄປສຳຫຼວດພື້ນຜິວດາວສຸກ ໃນອະດີດຈຶ່ງເປັນເລື່ອງທີ່ຍາກຫຼາຍເນື່ອງຈາກຄວາມຮ້ອນແລະແຮງດັນອາກາດຈຳທຳລາຍເຄື່ອງມືໄຟຟ້າຂອງເຮົາໄປສະກ່ອນ
ແຕ່ຕອນນີ່ Glen Research Center ຂອງນາຊ່າ ສາມາດສ້າງສານຈາກ Silicon Carbine ຊຶ່ງໃຊ້ໃນແຜງວົງຈອນໃຫ້ມີຄວາມທົນທານ ຕໍ່ສະພາບແວດລ້ອມທີ່ໂຫດຮ້າຍຂອງດາວສຸກໄດ້ສຳເລັດໂດຍການທົດລອງນັກວິໃຈໃດ້ນຳເອົາຊິບດັ່ງກ່າວໄປຢູ່ໃນສະພາບແວດລ້ອມ ຈຳລອງແບບດຽວກັບດາວສຸກໂດຍບໍ່ມີການໃສ່ເຄື່ອງປ້ອງກັນຫຼືລະບົບຫຼໍ່ເຢັນໃດໆປະກົດວ່າມັນສາມາດໃຊ້ງານໄດ້ດົນເຖິງ 521 ຊົ່ວໂມງ ຊຶ່ງທົນທານກວ່າເກົ່າ 100 ເທົ່າ ເມື່ອທຽບກັບເຄື່ອງມືໄຟຟ້າໃດໆ ທີ່ເຄີຍອອກແບບມາເພື່ອໃຊ້ໃນການສຳຫຼວດດາວສຸກ
ເຖິງວ່າວັດຖຸປະສົງຂອງມັນຈະອອກແບບມາເພື່ອວາງແຜນການສຳຫຼວດດາວສຸກ ແຕ່ມັນກະຍັງສາມາດນຳໄປປະຍຸກໃຊ້ກັບເຄື່ອງມືອື່ນໆໃນທຸກສະຖານທີ່ເທິງໂລກຂອງເຮົາໄດ້ຢ່າງສະບາຍ


View post on imgur.com



ແຫຼ່ງອ້າງອີງ:  https://futurism.com/


"ອີ່ກໍ ອາຊູຣ໌ ເບຍລີ" ນັກວິທະຍາສາດ ແລະນັກທຸລະກິດຄົນຣັດເຊຍ ປະກາດສະຖາປະນາ ແອສກາຣ໌ເດຍ ປະເທດໃໝ່ໃນຫ້ວງອະວະກາດຂຶ້ນເປັນຄັ້ງແລກ ແລະເລີ່ມສະມັກຄົນເພີ່ມເປັນພົນລະເມືອງ ຂອງ "ຊາດອະວະກາດ" ຊາດແລກໃນປະຫວັດສາດແຫ່ງນີ້ຂຶ້ນແລ້ວ ມີຜູ້ຍື່ນໃບສະມັກແລ້ວເກືອບແສນຄົນ

ແອສກາຣ໌ເດຍ ຕັ້ງຊື່ຕາມ ແອສກາຣ໌ດ ຕຳນັກຂອງເທບພະເຈົ້າໃນເທບນິຍາຍພາກພື້ນຕອນເໜືອຂອງຢູໂຣບ ກຽມສົ່ງດາວທຽມດວງແລກຂອງປະເທດຂຶ້ນສູ່ວົງໂຄຈອນໃນປີ 2017 ແລະມີແຜນຈະຈັດສ້າງສະຖານີອະວະກາດ ຂຶ້ນໂຄຈອນຢູ່ໃນວົງໂຄຈອນ ໃນອະວະກາດສຳຫຼັບເປັນທີ່ຕັ້ງຂອງປະເທດ ແລະໃຊ້ເປັນສະຖານທີ່ຢູ່ອາໃສແລະເປັນທີ່ເຮັດວຽກຂອງປະຊາຊົນຂອງປະເທດ ແກນນຳຜູ້ກໍ່ຕັ້ງຊາດອະວະກາດແຫ່ງນີ້ປະເມີນວ່າ ປະຊາກອນຂອງປະເທດຈະມີປະມານ 150 ລ້ານຄົນໂດຍສ່ວນໃຫຍ່ຈະມີທີ່ຜັກຢູ່ທີ່ໂລກ

ອາຊູຣ໌ ເບຍລີ ຜູ້ນຳແລະຜູ້ຮ່ວມກໍ່ຕັ້ງ ລະບຸວ່າ ແອສກາຣ໌ເດຍຈະປົກຄອງ ດ້ວຍລະບອບປະຊາທິປະໄຕເນັ້ນໃຫ້ຄວາມສຳຄັນໃນການໃຫ້ເສລີພາບສ່ວນບຸກຄົນ ໃນການພັດທະນາ ເທັກໂນໂລຢີອະວະກາດຕ່າງໆ ທັງນີ້ຜູ້ທີ່ຄິດວ່າຕົນມີຄູຸນສົມບັດເໝາະສົມ ສາມາດຍື່ນໃບສະມັກຂໍຮັບການຂັດເລືອກ ເປັນພົນລະເມືອງ 1000,000 ຄົນແລກເປັນພົນລະເມືອງຂອງ ແອສກາຣ໌ເດຍໄດ້ແລ້ວຜ່ານທາງເວັບໄຊ້ຂອງປະເທດ "asgardia.space" ໂດຍມີຜູ້ສະມັກແລ້ວປັນຈຳນວນຢ່າງຫຼວງຫຼາຍ ທັງນີ້ນັບຈົນເຖິງວັນທີ່ 14 ຕຸລາ ຍອດການສະມັກຜ່ານເວັບໄຊ້ດັ່ງກ່າວ ມີຫຼາຍກວ່າ 8,4000 ຄົນແລ້ວ

ອາຊູຣ໌ເບຍລີກ່າວເຖິງຫຼັກເກນໃນການຂັດເລືອກ ປະຊາກອນຂອງແອສກາຣ໌ເດຍວ່າໃນຕອນແລກ
ໃຫ້ສິດຜູ້ທີ່ມີຄວາມສາມາດໃນການພັດທະນາຫຼືລົງທຶນທາງດ້ານເທັກໂນໂລຢີ ໃນຫ້ວງອະວະກາດກ່ອນ ແຕ່ຈະບໍ່ມີຂໍ້ຈຳກັດໃນດ້ານອື່ນໆ ເນື່ອງຈາກແອສກາຣ໌ເດຍໃນຄວາມຄິດຂອງຜູ້ກໍ່ຕັ້ງທັງຫຼາຍນັ້ນຄືພາບສະທ້ອນຂອງໂລກ ທີ່ໄປຢູ່ໃນຫ້ວງອະວະກາດ ພຽງແຕ່ຈະບໍ່ມີເສັ້ນເຂດແດນ ບໍມີພົມແດນ ບໍ່ມີຂໍ້ຈຳກັດທາງດ້ານສາດສະໜາໜຶ່ງສາດສະໜາໃດ ບໍ່ມີຂໍ້ຈຳກັດຕ້ອງເປັນລັດໜຶ່ງລັດໃດ ທີ່ຖືເປັນຂໍ້ຈຳກັດໃນການເປັນພົນລະເມືອງຂອງໂລກ ດ້ວຍເຫດນີ້ທາງແອສກາຣ໌ເດຍຈຶ່ງຕ້ອງການທີ່ໂອ້ລົມໂດຍກົງຕໍ່ປະຊາຊົນ ຫຼືບໍລິສັດເອກະຊົນຫຼາຍກວ່າການຫາລືກັບລັດໜຶ່ງລັດໃດ ແລະຕ້ອງການປະຊາກອນທີ່ມີຄວາມຄິດສ້າງສັນ ມີຜະລິດຕະພາບແລະມີຄວາມກ້າວໜ້າສູງເປັນອັນດັບແລກ

ເນື່ອງຈາກແອສກາຣ໌ເດຍຍັງບໍ່ໄດ້ເປັນປະເທດຢ່າງເປັນທາງການ ຍັງບໍ່ໄດ້ຮັບການຮັບຮອງສະຖານະຄວາມເປັນລັດຈາກສະຫະປະຊາຊາດ ດັ່ງນັ້ນພົນລະເມືອງທີ່ສະມັກເຂົ້າມາຍັງຈຳເປັນຕ້ອງຖືສັນຊາດຂອງອີກປະເທດໜຶ່ງໃນໂລກຢູ່ນຳ ຈຶ່ງເໝາະຕໍ່ຜູ້ທີ່ປະເທດທີ່ຕົນຖືສັນຊາດແຕ່ເດີມອະນຸຍາດໃຫ້ບຸກຄົນຖືຫຼາຍສັນຊາດໃດ້ ໂດຍຖືກຕ້ອງຕາມກົດໝາຍຈົນກວ່າແອສກາຣ໌ເດຍຈະຍື່ນຂໍຮັບການຮັບຮອງ ແລະໄດ້ຮັບການຮັບຮອງສະຖານະຄວາມເປັນຊາດລັດຢ່າງເປັນທາງການ ຈາກສະຫະປະຊາຊາດຕໍ່ໄປຊຶ່ງທາງທີມງານໂຄງການແອສກາຣ໌ເດຍ ຄິດວ່າແອສກາຣ໌ເດຍຈຳເປັນຕ້ອງມີປະຊາກອນຢ່າງນ້ອຍເປັນຫົວແສນກ່ອນ ທີ່ຈະຍື່ນຂໍຮັບຮອງຢ່າງເປັນທາງການຈາກສະຫະປະຊາຊາດໄດ້ ເຖິງວ່າໃນເວລານີ້ ຈະມີຊາດສະມາຊິກສະຫະປະຊາຊາດຢ່າງນ້ອຍ 14 ປະເທດ ທີ່ມີພົນລະເມືອງນ້ອຍກວ່າ 100,000 ຄົນກະຕາມ

ທີມງານໂຄງການແອສກາຣ໌ເດຍຢ້ຳວ່າ ຊາດອະວະກາດແຫ່ງແລກໃນປະຫວັດສາດນີ້ ກໍ່ຕັ້ງຂຶ້ນເພື່ອຮັບໃຊ້ "ມວນມະນຸດຊາດ" ແລະ "ສ້າງສັນສັນຕິພາບ" ຂຶ້ນໃນຫ້ວງອະວະກາດນັ້ນເອງ

View post on imgur.com



ທີ່ມາ: http://www.businessinsider.com/

ຂໍນຳສະເໜີບົດຄວາມກ່ຽວກັບສຸດຍອດຮີ່ໂຣ່ຄົນໜຶ່ງ
ຂອງຊາວຈີນ " Jet Li "

ວ່າກັນວ່າ ຫຼີ່ຫຼຽນເຈຍ ຄືຮີ່ໂຣ່ຂອງຄົນຈີນທີ່ໄດ້ຮັບການຍອມຮັບແລະນັບໜ້າຖືຕາທີ່ສຸດນອກຈາກ
ຈະເປັນນັກວູຊູທີມຊາດຈີນແລ້ວລາວຍັງເປັນນັກສະແດງດາຣາຈີນແທ້ໆທີ່ຜະງາດຂຶ້ນມາສູ່ເວທີລະດັບໂລກ
ດ້ວຍຄວາມສາມາດຂອງລາວ ຊຶ່ງໃນທາງຝັ່ງຮ່ອງກົງນັ້ນກະມີເສິນຫຼົງທີ່ຕີຄູ່ກັນມາທັງສອງຕ່າງກະເຂົ້າມາມີຊື່ສຽງໃນຮອລລີວູດໃນເວລາໄລ່ເລ້ຍກັນ
ແຕ່ເຫດໃດພວກເຂົາທັງສອງຈຶ່ງບໍ່ເຄີຍເຈິກັນໃນໜັງເລີຍທັ່ງໆທີ່ຫຼາຍຢ່າງກະເອື້ອອຳນວຍ ແລະເປັນໃຈແຖມຄົນເບິ່ງກະຢາກເຫັນປະກົດຕະການຟັດຂອງທັງສອງໃນໜັງຈັກເລື່ອງໜຶ່ງ ນັ້ນເພາະຄຳວ່າອີ່ໂກ້ແທ້ໆສຳຫຼັບຄົນຈີນ ຫຼີ່ຫຼຽນເຈຍ ປຽບດັ່ງສົມມຸດເທບອົງໜຶ່ງເລີຍກະວ່າໄດ້ຊຶ່ງລາວເຄີຍຍອມຮັບວ່າ
ຂ້ອຍຖືກປູກຝັງມາໃນແບບຄົນຈີນບູຮານ ລູກຜູ້ຊາຍຕ້ອງໄດ້ຂຶ້ນສູ່ຈຸດສູງສຸດແລະເປັນໜຶ່ງໃຫ້ໄດ້ບໍ່ວ່າໃນເລື່ອງໃດກະຕາມກິລາທີ່ຂ້ອຍຫຼິ້ນໜັງທີ່ຂ້ອຍສະແດງລ້ວນແລ້ວແຕ່ຫຼໍ່ຫຼອມໃຫ້ຂ້ອຍຢາກເປັນທີ່ໜຶ່ງເລກ 1 ມີຄວາມໝາຍກັບຂ້ອຍຫຼາຍ ຂ້ອຍເອົາແຕ່ກອບກວຍເອົາເງິນທອງໃສ່ຕົວໃນບາງຄັ້ງກະບໍ່ສົນໃຈໃຜໜ້າໃດເລີຍ
ເຫດການທີ່ມາປ່ຽນຄວາມຄິດຂອງ ຫຼີ່ຫຼຽນເຈຍ ເກີດຂຶ້ນເມື່ອວັນທີ່ 26 ທັນວາ 2004 ເປັນມື້ທີ່ລາວແລະຄອບຄົວຈະຈື່ຈຳໄປຈົນເຖິງວັນຕາຍເມື່ອການຜັກຜ່ອນທີ່ປະເທດມັລດີບຟ໌ "Maldives" ຂອງລາວແລະລູກເມຍມັນບໍ່ແມ່ນການຜັກຜ່ອນ ຄື້ນສຶນາມິໄດ້ໄຫຼຖ້ວມເຂົ້າຫາພວກເຂົາໃນຂະນະທີ່ກຳລັງຜັກຜ່ອນຫຍ່ອນໃຈ ລາວຖືກຜັດຫຼົງກັບເຈດ້າລູກສາວຫຼ້າ ນັ້ນມັນເຮັດໃຫ້ລາວຫົວໃຈເກືອບແຕກສະຫຼາຍແຕ່ໂຊກດີທີ່ມີຄົນຊ່ອຍເຈດ້າໄວ້ໄດ້ແລະສົ່ງຄືນໃຫ້ລາວ ແຕ່ພວກເຂົາກະຕິດຢູ່ໃນໂຮມແຮມແຫ່ງໜຶ່ງຈາກການຖືກນ້ຳຕີເຂົ້າໄປ ພວກເຂົາລໍຖ້າຄວາມຊ່ອຍເຫຼືອຢູ່ນານແສນນານກ່ອນທີ່ຈະມີຄົນມາເຫັນ ແລະຊ່ອຍເຫຼືອລາວແລະຄອບຄົວອອກມາໄດ້ໃນທີ່ສຸດ
ຈາກເຫດການນີ້ນັ້ນເອງທີ່ປ່ຽນຄວາມຄິດ ແລະຊີວິດຂອງ ຫຼີ່ຫຼຽນເຈຍ ໄປຕະຫຼອດການ ຈະລວຍສ່ຳໃດເກັ່ງກາດພຽງໃດກະຊ່ວຍເຈົ້າບໍ່ໄດ້ ຫາກຕິດຢູ່ໃນສະຖານະການທີ່ຈະຕ້ອງຜັດພາກຈາກຄອບຄົວ ການຜັດຫຼົງກັບລູກສາວພຽງເສດສ້ຽວວິນາທີ່ມັນເຮັດໃຫ້ຂ້ອຍທໍລະມານໃຈແສນສາຫັດ ຂ້ອຍຢ້ານວ່າຈະບໍ່ໄດ້ເຈິລູກສາວອີກເລີຍ
ລາວຍອມຮັບວ່າລາວເປັນຄົນໂຊກດີກວ່າໃຜຫຼາຍໆໜື່ນຄົນ ທີ່ຜັດຫຼົງຫຼືສູນເສຍຄອບຄົວໄປຢ່າງບໍ່ມີວັນກັບ ລາວຄິດວ່າຕ້ອງເຮັດຫຍັງຈັກຢ່າງເພື່ອຊ່ອຍເຫຼືອຜູ້ຄົນເຫຼົ່ານັ້ນ ແລະນັ້ນຄືທີ່ມາຂອງມູນິທິ "One Foundation" ຊຶ່ງກະໜີບໍ່ພົ້ນໃນການໃສ່ຊື່ທີ່ມີເລກ 1 ເຂົ້າມາກ໋ຽວຂ້ອງ ແຕ່ເລກໜຶ່ງໃນທີ່ນີ້ມັນບໍ່ໄດ້ໝາຍເຖິງຕົວຂ້ອຍອີກຕໍ່ໄປມັນຄືເລກທີ່ຫຼອມລວມຫຼາຍໆຄົນ ເຂົ້າເປັນນ້ຳໜຶ່ງໃຈດຽວກັນເພື່ອຊ່ວຍເຫຼືອເຫຍຶ່ອຜູ້ປະສົບໄພພິບັດຕ່າງໆທົ່ວໂລກ
ລາວຂໍຮ້ອງໃຫ້ຊາວຈີນບໍລິຈາກຈຳນວນເງິນ 1 ຢວນ ຕໍ່ເດື່ອນ ພຽງແຕ່ຢວນດຽວເທົ່ານັ້ນເພື່ອນຳໄປສະສົມໃນມູນິທິທີ່ມີການຈັດການຄວາມໂປ່ງໃສຢ່າງດີຢ້ຽມເພື່ອວ່າຖາເກີດເຫດການຕ່າງໆເທິງໂລກໃບນີ້ບໍ່ວ່າຈະຢູ່ໃສລາວຈະໄດ້ນຳເງິນຈຳນວນນີ້ໄປຊ່ວຍເຫຼືອຄົນ
ສິ່ງທີ່ກ້າຫານອີກຢ່າງຂອງ ຫຼີຫຽນເຈຍ ຄືໃນຊ່ວງທີ່ມີການເຝົ້າລະວັງອັບເຕີຣ໌ຊ໋ອກໃນພື້ນທີ່ ທີ່ປະສົບໄພນັ້ນລາວໄດ້ລັກປອມໂຕອາສາລົງພື້ນທີ່ໄປກັບເຈົ້າໜ້າທີ່ມູນິທິ One Foundation ຂອງລາວເພື່ອຊ່ອຍເຫຼືອພາກສະໜາມ ລາວໃສ່ຊຸດປິດໜ້່າປິດຕາ ໃສ່ໝວກໃສ່ແວ່ນກັນແດດລົງພື້ນທີ່ໄປຊ່ອຍຂົນເຄື່ອງເພື່ອບໍ່ລິຈາກມີຫຼາຍຄົນທີ່ຈື່ລາວໄດ້ບາງຄົນເມື່ອເຫັນວ່າເປັນລາວເຖິງກັບໂດດເຂົ້າກອດແລະຮ້ອງໃຫ້ ແຕ່ລາວບອກວ່າ
ມື້ນີ້ຂ້ອຍມາໃນຖານະຜູ້ຊ່ອຍເຫຼືອ,ບໍ່ໄດ້ມາໃນຖານະດາຣາດັງເພາະເມື່ອເດືອນກ່ອນຂ້ອຍຕົກເປັນຜູ້ຕ້ອງການຄວາມຊ່ອຍເຫຼືອ ຂ້ອຍກັບລູກເມຍເກືອບຕາຍເພາະສຶນາມິ ແລະມື້ນີ້ພວກເຮົາມາຊ່ອຍກັນຂໍໃຫ້ທຸກຄົນຈົ່ງເຮັດວຽກຂອງຕົນເອງໄປ ຢ່າໄດ້ສົນໃຈໃນຄວາມເປັນດາຣາດັງຂອງຂ້ອຍ
ຈາກການກໍ່ຕັ້ງມູນິທິແລະລົງພື້ນທີ່ນີ້ ຫຼີຫຽນເຈຍໄດ້ຮັບລາງວັນບຸກຄົນແຫ່ງເອເຊຍ ປະຈຳປີ 2009 ຈາກນິຕິຍະສານຣິດເດີຣ໌ໄດເຈນສ໌ ແລະເໜືອສິ່ງອື່ນໃດມັນເຮັດໃຫ້ຕົວລາວເອງຫຼຸດອີ່ໂກ້ລົງຈົນໝົດສິ້ນ ລາວສັກຊວນເສິນຫຼົງຊຶ່ງເປັນຄູ່ແຂ່ງຄວາມດັງຂອງລາວມາດົນນານ ໃຫ້ເຂົ້າຮ່ວມມູນິທິ One Foundation ຂອງລາວ ແລະເສິນຫຼົງກະບໍ່ປະຕິເສດພວກເຂົາເຄີຍຍາດແຫຍ່ງຄວາມເປັນ "The One" ແຕ່ບັດນີ້ເຂົາຮ່ວມກັນເປັນໜຶ່ງ
ແລະຍັງເປັນຂ່າວດີຂອງແຟນໆໜັງທັງສອງອີກດ້ວຍ ເພາະໃນເວລາຕໍ່ມາບໍ່ດົນທັງຄູ່ກະໄດ້ເຈິກັນໃນແຜ່ນຟີມຄັ້ງແລກຈາກການສະແດງໜັງເລື່ອງ The Forbidden Kingdom ນັ້ນເອງ.